Ameba Ownd

アプリで簡単、無料ホームページ作成

Umbrella Project

LaosProject

2017.12.18 00:39

ໂຄງການລາວ(LaosProject)

ມະຫາວິທະຍາໄລໂຕກຽວວິຈິດສິນຮ່ວມກັບສະຖາບັນວິຈິດສິນແຫ່ງຊາດໄດ້ລິເລີ່ມໂຄງການລາວ(LaosProject )ພາຍໃຕ້ຄຳຂວັນທີ່ວ່າ: ພັດທະນາຄວາມເຂັ້ມແຂງ ແລະການເຕີບໃຫຍ່ຂະຫຍາຍໂຕຂອງມະຫາວິທະຍາໄລໂຕກຽວວິຈິດສິນໄປສູ່ອາຊຽນ (ASEAN) ກໍ່ຄືສາກົນ.

ເມືອງຫຼວງພະບາງເປັນເມືອງທີ່ມີຊື່ສຽງດ້ານພຸດທະສາດສະໜາໃນລາວ; ມີວັດວາອາຮາມທີ່ເກົ່າແກ່ເປັນຈໍານວນຫຼວງຫລາຍ. ພະສົງສາມາເນນໃສ່ອາພອນດ້ວຍຜ້າເຫຼືອງຍ່າງຢູ່ໃນຕົວເມືອງ ເປັນໜຶ່ງໃນພາບແຫ່ງຄວາມປະທັບໃຈທີ່ສາມາດພົບເຫັນໄດ້ໃນເວລາມາຢ້ຽມຍາມເມືອງຫຼວງພະບາງ. ໃນສະພາບອາກາດທີ່ຮ້ອນອົບເອົ້າພະສົງຈະກັ້ງຄັນຮົ່ມສີດຳ ແລະສີຕ່າງໆທີ່ແຕກຕ່າງກັນແທນຄັນຮົ່ມໃຫຍ່ໆຍ່າງຢູ່ໃນຕົວເມືອງ.

ນັກປະພັນຍີ່ປຸ່ນ ທ່ານ ມຸລະຄະມິ ຮະລຶຄິ ໄດ້ຂຽນກ່ຽວກັບປະສົບການທ່ອງທ່ຽວຢູ່ປະເທດລາວລົງໃນໜັງສື『ラオスにいったい何があるというんですか?』“ມີຫຍັງຢູ່ລາວກັນແທ້?” (ໜັງສືລະດູໃບໄມ້ປົ່ງ ແລະລະດູໃບໄມ້ຫຼົ່ນ ປີ2015) ເຊິ່ງມີເນື້ອໃນບາງຕອນວ່າ:

「ພະສົງສ່ວນໃຫຍ່ກັ້ງຄັນຮົ່ມເພື່ອຫຼີກລ່ຽງແສງແດດທີ່ຮ້ອນອົບເອົ້າ, ແຕ່ຄັນຮົ່ມທີ່ໃຊ້ນັ້ນເປັນຄັນຮົ່ມສີດຳທຳມະດາທີ່ໃຊ້ກັ້ງຝົນ. ຂ້ອຍຈຶ່ງເກີດມີຄວາມຄິດໜຶ່ງຂື້ນມາວ່າຄວນຈະເຮັດສິ່ງໃດໜຶ່ງໃຫ້ແກ່ພະສົງສິບໍ່ດີບໍເຊັ່ນວ່າ: ການລະດົມແຫຼ່ງທຶນຊ່ວຍເຫຼືອຈາກອົງການຊ່ວຍເຫຼືອຕ່າງໆ ຫຼືຈະເປັນອົງການທີ່ບໍ່ຫວັງຜົນກໍາໄລ (NPO) ເພື່ອເຮັດຄັນຮົ່ມສີສົ້ມງາມໆ ຫຼືສີເຫຼືອງທີ່ສະດວກສະບາຍໃນການນໍາໃຊ້ ເພື່ອຖວາຍໃຫ້ແກ່ພະສົງ ແລະໃຫ້ເຂົ້າກັບຜ້າສີເຫຼືອງທີ່ພະສົງສວມໃສ່」

ແຮງບັນດານໃຈນີ້ແມ່ນໄດ້ມາພາຍຫຼັງທີ່ພວກເຮົາໄດ້ອ່ານບົດຄວາມຂອງທ່ານ ມຸລະຄະມິ ຮະລຶຄິ ເຮັດໃຫ້ພວກເຮົາຄິດອອກມາວ່າ ເປັນໄປໄດ້ບໍ່ທີ່ຈະເຮັດຄັນຮົ່ມຖວາຍແກ່ພະສົງໃນຫຼວງພະບາງ.

◆ເຮັດຄັນຮົ່ມຖວາຍໃຫ້ພະສົງໄດ້ບໍ?
~ຢ້ຽມຢາມປະເທດລາວໃນເດືອນມີນາ ປີ2017~

ພວກເຮົາຮ່ວມກັບສະຖາບັນວິຈິດສິນແຫ່ງຊາດ ແລະໂຮງຮຽນວິຈິດສິນຫຼວງພະບາງທຸກໆທ່ານ ໄດ້ລິເລີ່ມໂຄງການນີ້, ຈຸດປະສົງ; ແມ່ນເພື່ອເຮັດບຸນສ້າງກຸສົນດ້ວຍການຖວາຍຄັນຮົ່ມໃຫ້ພະສົງ. ສະນັ້ນ; ຈື່ງໄດ້ຈັດການຝຶກອົບຮົມເຮັດຄັນຮົ່ມຂື້ນມາ.

ເພື່ອດໍາເນີນໂຄງການດັ່ງກ່າວ; ໃນເດືອນມີນາ ປີ2017 ພວກເຮົາໄດ້ໄປຢ້ຽມຢາມປະເທດລາວເພື່ອສຶກສາຄົ້ນຄວ້າ ແລະເຮັດການສຳຫຼວດຂໍ້ມູນຕົວຈິງໂດຍສົມທົບກັບໂຮງຮຽນວິຈິດສິນແຫ່ງຊາດ ແລະໂຮງຮຽນວິຈິດສິນຫຼວງພະບາງ. ທີມງານພວກເຮົາໄດ້ລົງສຳພາດບັນດາພະສົງໃນຫຼວງພະບາງ.

ຜ່ານການສຳຫຼວດໃນຄັ້ງນີ້; ພວກເຮົາໄດ້ຮັບຮູ້ວ່າ ຫນຶ່ງໃນຄວາມເຊື່ອຖືຂອງຄົນລາວຄືຫ້າມບໍ່ໃຫ້ເອົາຮູບສັດ, ຮູບຕົ້ນໄມ້ ແລະຮູບລວດລາຍຕ່າງໆໃວ້ທີ່ສູງເໜືອສີສະຂອງພະສົງເດັດຂາດ. ພ້ອມດຽວກັນນັ້ນກໍ່ຍັງຮັບຮູ້ອີກວ່າ ພະສົງທີ່ປະຕິບັດທຳ ແລະຕັດສະລຸແລ້ວນັ້ນ; ເຄື່ອງທີ່ຖື ຫຼືເຄື່ອງແຕ່ງກາຍນັ້ນຈະບໍ່ປະດັບປະດາເອ້ຍ້ອງໃຫ້ມີສິສັນສວຍງາມ. ສະນັ້ນ; ພະສົງຈື່ງບໍ່ໃຊ້ຄັນຮົ່ມທີ່ມີລວດ ລາຍຕ່າງໆຄືປະຊາຊົນທົ່ວໄປ. ເຖິງຢ່າງໃດກໍ່ຕາມ; ພວກເຮົາໄດ້ຄົ້ນຄິດພິຈາລະນາ ແລະທົບທວນຄືນກ່ຽວກັບແຜນການຈັດການຝຶກອົບຮົມໃນການເຮັດຄັນຮົ່ມຖວາຍແກ່ພະສົງ.

◆ຄັນຮົ່ມປ່ຽນທັດສະນິຍະພາບຂອງເມືອງ!
~ທິດທາງການຈັດການຝຶກອົບຮົມຢູ່ລາວໃນເດືອນມີນາ ປີ2018~

ຜ່ານການຢ້ຽມຢາມປະເທດລາວໃນຄັ້ງຜ່ານມາ ພວກເຮົາສຳພັດໄດ້ເຖິງຄວາມຄິດ ແລະຄວາມເຊື່ອຖືຂອງຄົນລາວກ່ຽວກັບພຸດທະສາດສະໜາ. ພາຍຫຼັງທີ່ໄດ້ກັບມາປະເທດຍີ່ປຸ່ນພວກເຮົາກໍໄດ້ຄົ້ນຄິດພິຈາລະນາຄືນຢ່າງຖີ່ຖ້ວນ ແລະໄດ້ລົງຄຳເຫັນພ້ອມພຽງກັນກ່ຽວກັບຄວາມຄິດລິເລີ່ມໃນການສືບຕໍ່ໂຄງການໂດຍຈຸດປະສົງແມ່ນການ『ປ່ຽນທັດສະນິຍະພາບຂອງເມືອງ』

ຄັນຮົ່ມທີ່ພວກເຮົາຈະເຮັດໃນການຈັດຝຶກອົບຮົມໃຫ້ນີ້; ຖ້າວ່າຄົນລາວ ຫຼືນັກທ່ອງທ່ຽວທີ່ມາຢ້ຽມຢາມເມືອງຫຼວງພະບາງໄດ້ມີໂອກາດໃຊ້ຄັນຮົ່ມສີສົ້ມທີ່ສວາຍງາມຍ່າງໃນຕົວເມືອງ ກໍຈະເປັນອີກບັນຍາກາດໜຶ່ງທີ່ເປັນເອກະລັກ ແລະທິວທັດໃຫມ່ຂອງເມືອງໃຫ້ມີສີສັນທີ່ແຕກຕ່າງ ແລະມີຄວາມສວຍງາມທີ່ເປັນເອກະລັກໂດດເດັ່ນເຊັ່ນດຽວກັບພາບບັນຍາກາດທີ່ໄດ້ພົບເຫັນພະສົງຍ່າງໃນເມືອງຫຼວງພະບາງ.

ໂຄງການລາວ (LaosProject) ຮ່ວມກັບສະຖາບັນວິຈິດສິນແຫ່ງຊາດຈະເລີ່ມປະຕິບັດໂຄງການ ດ້ວຍການຈັດການຝຶກອົບຮົມໃນເດືອນມີນາ 2018ນີ້.